ශ්‍රී ලංකා ප්‍රජාතාන්ත්‍රික සමාජවාදී ජනරජයේ තානාපති සහ නිත්‍ය නියෝජිත කාර්යාලය, බැංකොක්, තායිලන්ත රාජධානිය

இலங்கை ஜனநாயக சோசலிச குடியரசின் தூதரகம் மற்றும் நிரந்தர வதிவிடம், பாங்கொக், தாய்லாந்து இராச்சியம்

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Select Page
embassy sri lanka
Unescap logos
embassy sri lanka

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Unescap logos

ວີຊາລາວອອນລາຍ

ເວັບໄຊ www.laoevisa.gov.la ເປັນແພລດຟອມອອນລາຍຢ່າງເປັນທາງການສໍາລັບຄົນຕ່າງປະເທດທີ່ຈະຍື່ນຂໍວີຊາລາວຜ່ານທາງອິນເຕີເນັດກ່ອນເດີນທາງເຂົ້າປະເທດ.

ໃນວັນທີ 9 ກໍລະກົດ 2019, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຄູ່ຮ່ວມມືທີ່ໄດ້ຕົກລົງຮ່ວມມືກັນ ໄດ້ເປີດບໍລິການ E-Visa ລາວ ຢ່າງເປັນທາງການ ທີ່ສະໜາມບິນສາກົນວັດໄຕ. ພິທີດັ່ງກ່າວ ໄດ້ມີຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ, ພະນັກງານການທູດ ແລະ ຜູ້ຕ່າງໜ້າອົງການຈັດຕັ້ງສາກົນ ຮ່ວມເປັນສັກຂີພະຍານ ໂດຍຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.


ທຳອິດ ການບໍລິການ ວີຊາອອນລາຍ ໄດ້ເປີດຈຸດໃຫ້ບໍລິການລະຫວ່າງປະເທດ 6 ແຫ່ງ ໄດ້ແກ່ ສະໜາມບິນນານາຊາດ ວັດໄຕ (ນະຄອນ ຫລວງວຽງຈັນ) ຂົວມິດຕະພາບລາວ-ໄທ 1 (ນະຄອນ ຫລວງ ວຽງຈັນ) ສໜາມບິນນານາຊາດຫລວງພະບາງ (ແຂວງຫລວງພະບາງ) ຂົົວມິດຕະພາບລາວ-ໄທ 2 (ແຂວງສະຫວັນນະເຂດ) ສະໜາມບິນນານາຊາດປາກເຊ (ແຂວງຈຳປາສັກ) ແລະ ຂົວມິດຕະພາບລາວ-ໄທ 4 (ແຂວງບໍ່ແກ້ວ) ລະບົບໃຫ້ບໍລະການຈະຂະຫຍາຍອອກໄປສູ່ຈຸດອື່ນໆ ໃນໄລຍະເວລາອັນໃກ້ນີ້

ກະລຸນາໄປທີ່ https://www.laoevisa.gov.la/article/who_can_apply ເພື່ອເບິ່ງລາຍລະອຽດກ່ຽວກັບປະເທດທີ່ເປີດໃຫ້ບໍ່ລະການ E-Visa ຂອງລາວ


ຜູ້ສະໝັກສາມາດສະໝັກ E-Visa ຂອງລາວໄດ້ໃນ 3 ຂັ້ນຕອນງ່າຍໆ

ຂັ້ນຕອນທີ່ 1: ພິມລາຍລະອຽດການສະໝັກ ແລະ ອັບໂຫຼດເອກະສານທີ່ຈຳເປັນ

ຂັ້ນຕອນທີ 2: ກວດສອບໃບສະໝັກຂອງທ່ານ ແລະ ຊຳລະຄ່າທຳນຽມອອນລາຍ

ຂັ້ນຕອນທີ່ 3: ດາວໂຫຼດຈົດໝາຍອະນຸມັດ E-Visa


ຄ່າທຳນຽມວີຊາ

ການຊຳລະເງິນເປັນຂັ້ນຕອນສຸດທ້າຍຂອງ ການສະໝັກຂອງທ່ານຫຼັງຈາກສົ່ງລາຍລະອຽດເອກະສານທີ່ຈຳເປັນ

ຜູ້ສະໝັກຄວນຮູ້ວ່າ ຄ່າທຳນຽມ E-Visa ບໍ່ສາມາດຂໍຄືນໄດ້

ຂໍ້ກຳນົດການເຂົ້າປະເທດແລະຂໍ້ກຳນົດການກັກກັນພະຍາດໂຄວິດ-19 ໃໝ່ສຳຫຼັບນັກທ່ອງທ່ຽວທີ່ເດີນທາງເຂົມມາ ສປປ ລາວ

https://www.laosvisatravel.com/news/travel-restrictions

ຫາກຕ້ອງການຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ສະຖານທູດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນິວເດລີ

S-420, ເກຣເຕີ ໄກລາດ (Greater Kailash), ພາຕ 2 (Part-I)I, ນິວເດລີ 110048

+91-11-41327352 (O) ໂທລະສັບ

+91-11-41327353 ແຟັກ

Laoembdelhi@gmail.com