ශ්‍රී ලංකා ප්‍රජාතාන්ත්‍රික සමාජවාදී ජනරජයේ තානාපති සහ නිත්‍ය නියෝජිත කාර්යාලය, බැංකොක්, තායිලන්ත රාජධානිය

இலங்கை ஜனநாயக சோசலிச குடியரசின் தூதரகம் மற்றும் நிரந்தர வதிவிடம், பாங்கொக், தாய்லாந்து இராச்சியம்

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Select Page
embassy sri lanka
Unescap logos
embassy sri lanka

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Unescap logos

ການຈົດແຈ້ງການເສຍຊີວິດ

ສໍາລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າເບິ່ງ – https://www.rgd.gov.lk/web/index.php/en/services/civil-registration/death-registration.html#registration-of-death-occurred-at-a-foreign-country

ຂະບວນການຍື່ນຈົດແຈ້ງການເສຍຊີວິດ

ການຍື່ນຄໍາຮ້ອງ

  • ຕ້ອງຍື່ນເອກະສານທີ່ກ່ຽວຂ້ອງພ້ອມດ້ວຍຕົ້ນສະບັບໄປສະຖານທູດ ແລະ ເອກະສານຕົ້ນສະບັບຈະຖືກສົ່ງຄືນພາຍຫຼັງການກວດສອບແລ້ວ.

ພະແນກກົງສຸນຂອງສະຖານທູດແມ່ນເປີດແຕ່ວັນຈັນເຖິງວັນສຸກຍົກເວັ້ນວັນພັກ:

  • ສົ່ງໃບຄຳຮ້ອງ/ເອກະສານ 09.00-12.30 ໂມງ
  • ຮັບເອກະສານຕັ້ງແຕ່ເວລາ 13.00-16.15 ໂມງ
  • ຂໍຄວາມກະລຸນາໃຫ້ຜູ້ຍື່ນໄດ້ລົງທະບຽນນັດໝາຍທາງອອນໄລນ໌ ກ່ອນຈະເດີນທາງໄປທີ່ສະຖານທູດ ໂດຍເຂົ້າເບິ່ງເວລາການນັດໝາຍໄດ້ທີ່ເວັບໄຊທ໌ຂອງສະຖານທູດ. (ກົດບ່ອນນີ້)
  • ແນວໃດກໍ່ຕາມ, ຖ້າທ່ານບໍ່ສາມາດເດີນທາງໄປທີ່ ສະຖານທູດໄດ້, ກະລຸນາຕິດຕໍ່ກັບເຈົ້າໜ້າທີ່ສະຖານທູດເພື່ອຂໍຄໍາແນະນໍາ/ຄຳສັ່ງ ເປັນກໍລະນີໄປ.
  • ທີ່ຢູ່ ແລະລາຍລະອຽດການຕິດຕໍ່ຂອງສະຖານທູດ
  • ກໍລະນີການເສຍຊີວິດທີ່ເກີດຂຶ້ນໃນ ສປປ ລາວ, ເອກະສານ/ໃບຄຳຮ້ອງຕົ້ນສະບັບທັງໝົດຕ້ອງຄັດຕິດ ແລະ ຜູ້ຍື່ນຄຳຮ້ອງ ຕ້ອງເຊັນເອກະສານຕໍ່ໜ້າກົງສຸນກິຕິມະສັກປະຈຳ ສປປ ລາວ ທີ່ລັດຖະບານສີລັງກາແຕ່ງຕັ້ງ.

ຫມາຍເຫດ

  • ສະຖານທູດຈະບໍ່ຮັບຜິດຊອບຕໍ່ເອກະສານໃດໆທີ່ສູນເສຍໄປໃນການສົ່ງທາງໄປສະນີ.
  • ການຍື່ນເອກະສານປອມ ແລະ ຄຳສັ່ງທີ່ບໍ່ຖືກຕ້ອງກ່ຽວກັບສັນຊາດເປັນຄວາມຜິດທາງອາຍາ.
  • ຄ່າທຳນຽມຈະບໍ່ສົ່ງຄືນໃນກໍລະນີຂ້າງເທິງ.
  • ຄໍາຮ້ອງ ທີ່ບໍ່ຄົບຖ້ວນຈະຖືກປະຕິເສດ.

ການຍື່ນຄຳຮ້ອງຈົດແຈ້ງການເສຍຊີວິດທີ່ສູນຂໍ້ມູນກາງ

ຖ້າບໍ່ໄດ້ຍື່ນຄຳຮ້ອງຈົດແຈ້ງການເສຍຊີວິດ ແລະຖ້າຍື່ນຄຳຮ້ອງ ອາໃສຢູ່ໃນສີລັງກາ, ການຍື່ນຄຳຮ້ອງຈົດແຈ້ງການເສຍຊີວິດຕ້ອງສົ່ງເອກະສານຄຳຮ້ອງໄປຫາສູນຂໍ້ມູນກາງຂອງກົມທະບຽນ, ມາລິກາວັດຕີ, ໂຄລຳໂບ 10. (ກ່ອນທີ່ຈະເດີນທາງໄປທີ່ສູນຂໍ້ມູນກາງ. ຜູ້ຍື່ນຄຳຮ້ອງຕ້ອງໄປຈ່າຍຄ່າທຳນຽມທີ່ ພະແນກການກົງສຸນຂອງກະຊວງການຕ່າງປະເທດສີລັງກາກ່ອນ ທີ່ຊັ້ນ 2 ຂອງຕຶກ ຊີລິນໂຄ, ໂຄລຳໂບ 01.

ຫ້ອງບັນທຶກສູນກາງ ແລະ ພະແນກກົງສຸນ ເປີດແຕ່ 9:00 ໂມງເຊົ້າ ຫາ 3:00 ໂມງແລງ. ຍົກເວັ້ນວັນເສົາ, ວັນອາທິດ ແລະວັນພັກລັດຖະການ)