ශ්‍රී ලංකා ප්‍රජාතාන්ත්‍රික සමාජවාදී ජනරජයේ තානාපති සහ නිත්‍ය නියෝජිත කාර්යාලය, බැංකොක්, තායිලන්ත රාජධානිය

இலங்கை ஜனநாயக சோசலிச குடியரசின் தூதரகம் மற்றும் நிரந்தர வதிவிடம், பாங்கொக், தாய்லாந்து இராச்சியம்

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Her Excellency Mrs. C. A. Chaminda I. Colonne

ທ່ານນາງ ອັບປຸຫາມິລາເຄ ຈະມິນທະ ອິໂນກາ ໂກໂລນເນ (C. A. Chaminda I. Colonne)

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຂອງ ສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາປະຈຳປະເທດໄທ
ແລະຜູ້ແທນຖາວອນຂອງຄະນະກຳມາທິການເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດສຳຫຼັບອາຊີປາຊິຟິກ (UNESCAP)

(ໄດ້ຮັບການຮັບຮອງພ້ອມກັນກັບລາຊະອານາຈັກກຳປູເຈຍແລະສາທະລະນະລັດປະຊາທິປະໄຕປະຊາຊົນລາວ)

ທ່ານນາງຈະມິນທະ ໂກໂນເນ ເລີ່ມອາຊີບນັກການທູດ ດ້ວຍການເຂົ້າຮ່ວມເຮັດວຽກໃນຝ່າຍບໍລິການຕ່າງປະເທດສີລັງກາໃນປີ 1998.

ກ່ອນທີ່ຈະໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດລາຊະອານາຈັກໄທ ທ່ານໄດ້ດຳລົງຕຳແໜ່ງອະທິບໍດີກົມຕາເວັນອອກກາງ ກະຊວງການຕ່າງປະເທດ (2018-2021) ແລະອະທິບໍດີກົມຕາເວັນອອກກາງແລະອັຟຣິກາ ກະຊວງການຕ່າງປະເທດ (2016-2018).

ຕຳແໜ່ງຂອງທ່ານໃນສີລັງກາ ໄດ້ແກ່ ອະທິບໍດີກົມອັຟຣິກາ (2011-2013), ອຳນວຍການຝ່າຍອັຟຣິກາ (2008-2011) ກະຊວງການຕ່າງປະເທດ, ຮອງອຳນວຍການຝ່າຍເສດຖະກິດ (2004-2005), ຮອງອຳນວຍການຝ່າຍກິດຈະການກົງສຸນ (2003-2004) ແລະຜູ້ຊ່ວຍອຳນວຍການຝ່າຍການເມືອງຕາເວັນອອກ (1998-2000) ກະຊວງການຕ່າງປະເທດ

ຕຳແໜ່ງໃນຕ່າງປະເທດຂອງທ່ານ ໄດ້ແກ່ ອັັກຄະລັດຖະທູດ/ຮອງຫົວໜ້າຄະນະຜູ້ແທນສະຖານທູດສີລັງກາໃນເມືອງເບີລິນ ປະເທດເຢີລະມັນ ພ້ອມກັບການຮັບຮອງຈາກສະວິສເຊີແລນ (2013-2016), ທີ່ປຶກສາຄະນະກຳມາທິການລະດັບສູງຂອງສີລັງກາປະຈຳເມືອງນິວເດລີ ປະເທດອິນເດຍ (2005-2008) ແລະເລຂານຸການເອກ/ເລຂານຸການໂທຂອງສະຖານທູດສີລັງກາປະຈຳເມືອງມົສໂກ ປະເທດລັດເຊຍ (2000-2003).

ລະຫວ່າງການດຳລົງຕຳແໜ່ງທີ່ປຶກສາຄະນະກຳມາທິການລະດັບສູງສີລັງກາໃນເມືອງນິວເດລີ ທ່ານຍັງໄດ້ດຳລົງຕຳແໜ່ງເລຂານຸການຂອງມູນນິທິອິນເດຍ-ສີລັງກາອີກດ້ວຍ.

ທ່ານນາງສຳເລັດການສຶກສາວິທະຍາສາດບັນດິດ (ສັດຕະວະວິທະຍາສະເພາະ) ຈາກມະຫາວິທະຍາໄລໂຄລຳໂບ ແລະໄດ້ດຳລົງຕຳແໜ່ງພະນັກງານວິຊາການຂອງຄະນະວິທະຍາສາດ ມະຫາວິທະຍາໄລໂຄລຳໂບ (1996-1998), ກ່ອນທີ່ຈະເຂົ້າຮ່ວມງານໃນຝ່າຍບໍລິການຕ່າງປະເທດສີລັງກາ

ທ່ານນາງຍັງໄດ້ເປັນລູກສິດຂອງວິສາຂະວິທະຍາ ເມືອງໂຄລຳໂບ ປະເທດສີລັງກາ.

ທ່ານນາງໄດ້ແຕ່ງງານກັບ ທ້າວສະຕີເຟັນ ເສນານາຍັກຄີ ພະນັກງານລັດຖະກອນສີລັງກາ.

ວຽກຍາມວ່າງຂອງທ່ານ ໄດ້ແກ່ ການເບິ່ງນົກແລະການອະນຸລັກສັດປ່າ ຄວາມຫຼາກຫຼາຍທາງຊີວະພາບ ແລະແຫຼ່ງບູຮານຄະດີສຳຫຼັບຄົນຮຸ້ນໃໝ່.