ශ්‍රී ලංකා ප්‍රජාතාන්ත්‍රික සමාජවාදී ජනරජයේ තානාපති සහ නිත්‍ය නියෝජිත කාර්යාලය, බැංකොක්, තායිලන්ත රාජධානිය

இலங்கை ஜனநாயக சோசலிச குடியரசின் தூதரகம் மற்றும் நிரந்தர வதிவிடம், பாங்கொக், தாய்லாந்து இராச்சியம்

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

embassy sri lanka
Unescap logos
embassy sri lanka

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Unescap logos

ຄວາມສຳພັນທາງການເມືອງ (ລາວ)

  • ແມ່ນວ່າ ສາທາລະນະປະຊາທິປະໄຕປະຊາຊົນລາວ ຈະເປັນລັດສັງຄົມນິຍົມທີ່ມີລັດຖະບານແບບພັກການເມືອງດຽວ ຄືພັກປະຊາຊົນປະຕິວັດລາວ ຫຼື LPR ແຕ່ຄວາມສຳພັນທາງການເມືອງລະຫວ່າງສີລັງກາກັບ ສປປ.ລາວ ກໍຍັງຄົງມີຄວາມຈິງໃຈແລະໝັ້ນຄົງຜ່ານສາຍພົວພັນທາງພະພຸດທະສາສະໜາ
  • ປະທານປະເທດ ແລະຮອງປະທານປະເທດ ໄດ້ຮັບການເລືອກຕັ້ງໂດຍສະພາຜູ້ແທນລາສະດອນ ມີວາລະດຳລົງຕຳແໜ່ງ 5 ປີ (ບໍ່ຈຳກັດວາລະ) ນາຍົກລັດຖະມົນຕີແລະຄະນະລັດຖະມົນຕີໄດ້ຮັບການແຕ່ງຕັ້ງໂດຍປະທານປະເທດ ທີ່ຜ່ານການເຫັນຊອບຂອງລັດຖະສະພາ ມີວາລະ 5 ປີ ການເລືອກຕັ້ງຄັ້ງສຸດທ້າຍເກີດຂຶ້ນເມື່ອວັນທີ່ 21 ກຸມພາ ປີ 2021 (ການເລືອກຕັ້ງຄັ້ງຕໍ່ໄປຈະມີຂຶ້ນໃນປີ 2026)
  • ການສະຖາປະນາຄວາມສຳພັນທາງການທູດຢ່າງເປັນທາງການ ລະຫວ່າງສີລັງກາແລະ ສປປ.ລາວ ມີຂຶ້ນເມື່ອ ວັນທີ່ 20 ມັງກອນ 1965 ເຊິ່ງມີການຮັບຮອງທີ່ກຸງເທພ ປະເທດໄທ

  • ທັ້ງສອງປະເທດບໍ່ໄດ້ມີເຈົ້າໜ້າທີ່ທາງການທູດປະຈຳໃນເມືອງຫຼວງຂອງກັນແລະກັນ ສີລັງກາໄດ້ຮັບການຮັບຮອງຈັດຕັ້ງສະຖານທູດປະຈຳທີ່ກຸງເທບ ໃນຂະນະທີ່ ສປປ.ລາວ ໄດ້ຮັບການຮັບຮອງການເຄື່ອນໄຫວທາງການທູດໂດຍມີເຈົ້າໜ້າທີ່ປະຈຳການຢູ່ເມືອງນິວເດລີ

 

ການເຂົ້າຮ່ວມພິທີຮັບມອບສານກາຕັ້ງໂດຍເອກອັກຄະລັດຖະທູດສີລັງກາປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ ວັນທີ່ 10 ພະຈິກ 2022

ວັນທີ່ 10 ພະຈິກ 2022 ເອກອັກຄະລັດຖະທູດສີລັງປະຈຳປະເທດໄທ ແລະຜູ້ແທນຖາວອນຄະນະກຳມາທິການເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດອາຊີປາຊິຟິກ ທ່ານນາງໂກໂລນເນ ອັບປຸຫາມິລາເຄ ຈະມິນທະ ອິໂນກາ ໂກໂລນເນ ໄດ້ມອບສານກາຕັ້ງແກ່ປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທ່ານທອງລຸນ ສີສຸລິດ ທີ່ລັດຖະສະພາ ທີ່ນະຄອນຫຼວງວຽງຈັນ ໃນຖານະເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສີລັງກາ ປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ພ້ອມດ້ວຍເອກອັກຄະລັດຖະທູດຊາມິນດາ ໂຄລອນ ເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈຳນວນ 14 ທ່ານ ຈາກແມັກຊິໂກ ກາຕາ ອິຕາລີ ແອວຈີເລຍ ອິສຣາເອວ ນໍເວ ມັລດີຟ ສະເປນ ອີຫຣ່ານ ລັກແຊມເບີກ ບາເຣນ ເບວຍ້ຽມ ເວເນສຸເອລາ ອັອສເຕຣຍ ເຊິ່ງໄດ້ຮັບການຮັບຮອງພ້ອມກັນ ລວມທັ້ງກຸງເທບ ແລະຮ່າໂນຍ ກໍ່ເຂົ້າຮ່ວມ ການມອບສານກາຕັ້ງເພື່ອສະແດງຄວາມເຄົາລົບຕໍ່ທ່ານປະທານປະເທດທ່ານທອງລຸນ ສີສຸລິດ ຫຼັງຈາກພິທີການຕ້ອນຮ້ບຢ່າງອົບອຸ່ນແລະການສະແດງຄວາມຍິນດີກັບເອກອັກຄະລັດຖະທູດໃໝ່ ທ່ານປະທານປະເທດທອງລຸນ ສີສຸລິດ ໄດ້ສະແດງຄວາມປາຖະໜາດີອັນຈິງໃຈແກ່ຜູ້ນຳຂອງແຕ່ລະປະເທດ ຂອບໃຈສຳຫຼັບທຸກການສະໜັບສະໜຸນທີ່ມອບໃຫ້ແກ່ ສປປ.ລາວ ເພື່ອສຳເລັດເປົ້າໝາຍໂຄງຂ່າຍການພັດທະນາທີ່ຍືນຍົງ ແລະສົ່ງຕໍ່ຄວາມຫວັງວ່າເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈະສາມາດກະຊັບຄວາມສຳພັນ ມິດຕະພາບ ແລະຄວາມຮ່ວມມືກັບ ສປປ.ລາວ ໃຫ້ຮັດແໜ້ນຍິ່ງຂຶ້ນ

ເອກອັກຄະລັດຖະທູດສີລັງກາ ທ່ານນາງໂກໂລນເນ ອັບປຸຫາມິລາເຄ ມິນທະ ອິໂນກາ ໂກໂລນເນ ໄດ້ນຳຄຳກ່າວອັນຈິງໃຈຈາກທ່ານປະທານາທິບໍດີຣານິລ ວິກຄະຣາມາສິງ ແຫ່ງສີລັງກາ ມາເຖີງທ່ານປະທານປະເທດທອງລຸນ ສີສຸລິດ ເຊິ່ງສະແດງໃຫ້ເຫັນເຖີງຄວາມສຳພັນອັນໜັ້ນແກ່ນກັບສາທາລະນະລັດປະຊາທິປະໄຕປະຊາຊົນລາວພາຍໃຕ້ສາຍພົວພັນອັນຊົງຄຸນຄ່າທາງພະພຸດທະສາສະໜາ ແລະທ່ານປະທານາທິບໍດີ ໄດ້ແຈ້ງຄວາມປະສົງເຊີນທ່ານປະທານປະເທດທອງລຸນ ສີສຸລິດ ໄປຍ້ຽມຍາມປະເທດສີລັງກາ ທ່ານທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈແກ່ທ່ານປະທານາທິບໍດີຣານິລ ວິກກະເຣເມສິງເຫ ແລະໄດ້ກ່າວເຖີງການໄປຢ້ຽມຢາມສີລັງກາໃນອະດີດທີ່ຜ່ານມາ

ເອກອັກຄະລັດຖະທູດສີລັງແລະຜູ້ແທນຖາວອນຄະນະກຳມາທິການເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດອາຊີປາຊິຟິກ ທ່ານນາງໂກໂລນເນ ອັບປຸຫາມິລາເຄ ຈະມິນທະ ອິໂນກາ ໂກໂລນເນ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຫາລືທະວິພາຄີ ກັບຮອງລັດທະມົນຕີກະຊວງການຕ່າງປະເທດ ສປປ.ລາວ ທ່ານໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ທ່ານມະໂນທອງ ວົງໄຊ ແລະ ລັດຖະມົນຕີກະຊວງຖະຫຼງຂ່າວ, ວັດທະນະທຳ ແລະການທ່ອງທ່ຽວ ທ່ານໂພໄຊ ແກ້ວມະນີວົງ ໃນການສົ່ງເສີມຄວາມສຳພັນແລະຄວາມຮ່ວມມືຂອງສອງປະເທດທັ້ງໃນດ້ານການເມືອງ ສັງຄົມ ວັດທະນະທຳ ການຄ້າ ເສດຖະກິດ ການລົງທຶນ ການທ່ອງທ່ຽວ ແລະອື່ນໆ ລວມເຖີງການເດີນທາງຕິດຕໍ່ໄປມາຫາສູ່ກັນຂອງປະຊາຊົນທັ້ງສອງປະເທດ

ເອກອັກຄະລັດຖະທູດໄດ້ມີການລົມທາງໂທລະສັບກັບອະທິບໍດີກົມພິທີການ ທ່ານນາງອຳໄພ ກິດາວົງ ແລະອະທິບໍດີກົມອາຊີປາຊິຟິກແລະອັຟຣິກາ ກະຊວງການຕ່າງປະເທດ ສປປ.ລາວ ທ່ານວິໂລດ ສຸນດາລາ ແລະໄດ້ຮ່ວມຫາລືກັບປະທານສະພາການຄ້າແລະອຸສາຫະກຳແຫ່ງຊາດລາວ ທ່ານໄຊບັນດິດ ລັດຊະພົນ ປະທານສູນກາງແນວລາວສ້າງຊາດ ທ່ານບຸນທະວີ ພົນທະສິນ ແລະປະທານສະມາຄົມຕົວແທນການທ່ອງທ່ຽວ ທ່ານສົມພົງ ເດວຽງໄຊ ກົງສຸນກິດຕິມະສັກສີລັງກາໃນ ສປປ.ລາວ ໂດຍມີທ່ານນາງມະນິລາ ທິພະລັນສີ ຄອຍອຳນວຍຄວາມສະດວກແກ່ເອກອັກຄະລັດຖະທູດລະຫວ່າງພຳນັກໃນ ນະຄອນຫຼວງວຽງຈັນ

ເອກອັກຄະລັດຖະທູດສີລັງແລະຜູ້ແທນຖາວອນທ່ານນາງໂກໂລນເນ ອັບປຸຫາມິລາເຄ ຈະມິນທະ ອິໂນກາ ໂກໂລນເນ ໄດ້ເຂົ້ານະມັດສະການປະທານອົງການພຸດທະສາສະໜາສຳພັນ ພະມະຫາບຸນມາ ສິມມະພົມ ເຈົ້າອະທິການວັດສີສະເກດ ພະມະຫາເວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນ ແລະເຈົ້າອະທິການວັດອົງຕື້ ພະພວງປະເສີດ ພູມະວົງ ໄດ້ໃຫ້ພອນແກ່ເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງໃໝ່ແລະຍັ້ງຍືນເຖີງຄວາມຄວາມໝຸ້ງໝັ້ນໃນການເຊື່ອມຄວາມສຳພັນທາງພຸດທະສາສະໜາຂອງລາວແລະສີລັງກາໃຫ້ເປັນໜຶ່ງດຽວກັນ ທ່ານເອກອັກຄະລັດຖະທູດຍັງໄດ້ພົບປະກັບປະຊາຊົນຊາວສີລັງກາ ທີ່ເຂົ້າມາອາໄສແລະເຮັດວຽກໃນ ສປປ.ລາວ ທີ່ສະຖານກົງສຸນກິດຕິມະສັກສີລັງກາ ນະຄອນຫຼວງວຽງຈັນ

ການຍ້ຽມຍາມຂອງຜູ້ນຳລະດັບສູງ:

  • ທ່ານປະທານາທິບໍດີຣານິວ ວິກກະເຣເມສິງເຫ ແຫ່ງສີລັງກາ ເຈົ້າພົບປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນອກຮອບ ວ່າດ້ວຍເລື່ອງຂອງເສດຖະກິດໂລກ ລະຫວ່າງວັນທີ່ 11-13 ກັນຍາ 2018 ທີ່ກຸງຮ່າໂນຍ ສສ.ວຽດນາມ ແລະໄດ້ສົ່ງຄຳເຊີນໄປຍັງທ່ານປະທານປະເທດ ສປປ.ລາວ ໃຫ້ໄປຢ້ຽມຢາມປະເທດສີລັງກາ
  • ທ່ານລັດຖະມັນຕີກະຊວງການຕ່າງປະເທດສີລັງກາ ທ່ານຕິລັກ ມາຣະປະນະ ເຂົ້າພົບລັດຖະມົນຕີກະຊວງການຕ່າງປະເທດ ສປປ.ລາວ ທ່ານສະເຫຼີມໄຊ ກົມມະສິດ ນອກຮອບກອງປະຊຸມອາຊີວ່າດ້ວຍຄວາມຮ່ວມມືດ້ານການເມືອງແລະຄວາມໝັ້ນຄົງ ຄັ້ງທີ່ 25 ເຊິ່ງຈັດຂຶ້ນໃນເດືອນ ສິງຫາ 2018 ທີ່ປະເທດສິງຄະໂປ
  • ກຸ່ມມິດຕະພາບສະມາຊິກລັດຖະສະພາລະຫວ່າງລັດຖະສະພາ ສປປ.ລາວ ກັບ ລັດຖະສະພາສີລັງກາ ແລະຄະນະຜູ້ແທນລັດຖະບານສີລັງກາ 7 ທ່ານ ເດີນທາງມາຢ້ຽມຢາມ ສປປ.ລາວ ໃນເດືອນມິຖຸນາ 2017
  • ທ່ານຄາຣຸ ຊະຍະໂສຣິຍາ ປະທານລັດຖະສະພາສີລັງກາ ໃນຂະນະນັ້ນ ແລະຄະນະຜູ້ຕິດຕາມໄດ້ເດີນທາງໄປນະຄອນຫຼວງວຽງຈັນ ໃນເດືອນເມສາ 2018 ລະຫວ່າງການຢ້ຽມຢາມນະຄອນຫຼວງວຽງຈັນ ທ່ານປະທານລັດຖະສະພາໄດ້ເຂົ້າພົບລັດຖະມົນຕີກະຊວງການຕ່າງປະເທດແລະ ປະທານປະເທດ ສປປ.ລາວ ທ່າມກາງການຫາລືດ້ານການທ່ອງທ່ຽວທາງພະພຸດທະສາສະໜາລະຫວ່າງສີລັງກາກັບ ສປປ.ລາວ ແລະອະນຸມັດ ຍົກເລີກວີຊາ ເພື່ອຄວາມສະດວກຕໍ່ຜູ້ຖືໜັງສືເດີນທາງສີລັງກາ