ශ්‍රී ලංකා ප්‍රජාතාන්ත්‍රික සමාජවාදී ජනරජයේ තානාපති සහ නිත්‍ය නියෝජිත කාර්යාලය, බැංකොක්, තායිලන්ත රාජධානිය

இலங்கை ஜனநாயக சோசலிச குடியரசின் தூதரகம் மற்றும் நிரந்தர வதிவிடம், பாங்கொக், தாய்லாந்து இராச்சியம்

The Embassy and Permanent Mission of the Democratic Socialist Republic of Sri Lanka
Bangkok, Kingdom of Thailand

Accredited to the Kingdom of Cambodia, Lao People’s Democratic Republic and
United Nations Economic and Social Commission for Asia and the Pacific (UNESCAP)

Select Page

ເອກະສານການເດີນທາງ (Passport)

ຜູ້ມີສິດຍື່ນຄຳຮ້ອງຂໍເອົາເອກະສານການເດີນທາງ, ຜູ້ສະຫມັກຕ້ອງເປັນພົນລະເມືອງສີລັງກາໂດຍເຊື້ອສາຍຫຼືໂດຍການລົງທະບຽນ.

ສໍາລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າໄປທີ່ https://www.immigration.gov.lk/pages_e.php?id=7

ໜັງສືຜ່ານແດນໃໝ່

ພົນລະເມືອງສີລັງກາສາມາດຍື່ນຂໍຫນັງສືຜ່ານແດນໃຫມ່ໂດຍຜ່ານຄະນະຜູ້ແທນທາງການທູດ, ໃນຂະນະທີ່ທ່ານຢູ່ໃນປະເທດອື່ນ. ໜັງສືຜ່ານແດນຊຸດ N-Series ທີ່ອອກໃຫ້ໃນປະຈຸບັນແມ່ນມີອາຍຸ 10 ປີ ເວັ້ນແຕ່ໄດ້ລະບຸໄວ້ເປັນຢ່າງອື່ນ. ອາຍຸຂອງໜັງສືຜ່ານແດນບໍ່ສາມາດຕໍ່ອາຍຸເກີນ 10 ປີນັບຈາກມື້ອອກໃຫ້ໄດ້. ຕ້ອງໄດ້ຂໍໜັງສືຜ່ານແດນໃໝ່ແທນ. ແມ່ນແນະນໍາໃຫ້ຍື່ນຄຳຮ້ອງຂໍຫນັງສືຜ່ານແດນໃຫມ່ລ່ວງຫນ້າ ພ້ອມກັບເອກະສານທີ່ຈໍາເປັນທັງຫມົດຂ້າງລຸ່ມນີ້. ຄໍາຮ້ອງເຫຼົ່ານີ້ແມ່ນດໍາເນີນການໂດຍສາຂາຜູ້ແທນຕ່າງປະເທດທີ່ກົມກວດຄົນເຂົ້າເມືອງແລະການຍ້າຍຖິ່ນຖານຂອງສີລັງກາ, ໂຄລຳໂບ.

ເອກະສານທີ່ຕ້ອງໃຊ້:

  • ແບບຟອມຄຳຮ້ອງທີ່ບັນທຶກຂໍ້ມູນຄົບຖ້ວຍ (ແບບຟອມ ‘K’- 35 A). ຕື່ມຂໍ້ມູນໃສ່ໃບຄໍາຮ້ອງໂດຍນໍາໃຊ້ຕົວອັກສອນພາສາອັງກິດຕົວພິມໃຫຍ່ – ( ດາວໂຫລດຄໍາຮ້ອງສະຫມັກທີ່ນີ້ ).
  • ໜັງສືຜ່ານແດນສີລັງກາຕົ້ນສະບັບທີ່ມີວີຊາທີ່ຖືກຕ້ອງເພື່ອຢູ່ໃນປະເທດທີ່ພັກເຊົາ
  • ຮູບທີ່ຊັດເຈນ 3 ຮູບ ຂະໜາດ 3.5 x 4.5 cm. (ກະລຸນາຕິດຮູບທີ່ຊັດເຈນ ເຫັຍຫນ້າເຕັມ, ເຫັນຫູທັງສອງຂ້າງ, ໂດຍບໍ່ມີການປົກປິດໃບຫນ້າດ້ວຍຜົມແລະບໍ່ມີແວ່ນຕາ. ຄວນເປັນຮູບຖ່າຍ ທີ່ຖ່າຍພາຍໃນ 03 ເດືອນ. ຮູບຖ່າຍບໍ່ຄວນເປັນເງົາຫຼືເຄິ່ງເງົາ)
  • ຕົ້ນສະບັບໃບຢັ້ງຢືນການເກີດ (ບໍ່ຮັບເອກະສານແປ)
  • ບັດປະຈຳຕົວສີລັງກາ (N.I.C) ຫຼືໃບຂັບຂີ່
  • ຕົ້ນສະບັບໃບຢັ້ງຢືນການແຕ່ງງານ (ສະເພາະຜູ້ຍື່ນຄຳຮ້ອງເພດຍິງ ຖ້ານາມສະກຸນຂອງຜົວຄວນໃສ່ໃນໜັງສືຜ່ານແດນ: ບໍ່ບັງຄັບ).(ເອກະສານຕົ້ນສະບັບຈະຖືກສົ່ງຄືນໃຫ້ຜູ້ຍື່ນຄຳຮ້ອງເມື່ອກວດສອບຄວາມຖືກຕ້ອງແລ້ວ)
  • ໃບຢັ້ງຢືນການສຶກສາ ແລະວຽກເຮັດງານທຳ (ຖ້າປະກອບອາຊີບຕ້ອງໃສ່ໃນໜັງສືຜ່ານແດນ: ບໍ່ບັງຄັບ)
  • ໃບຮັບຮອງການເປັນພົນລະເມືອງສອງສັນຊາດ (ຖ້າມີ)

ຄ່າທຳນຽມໃນການຍື່ນຄຳຮ້ອງ: 4,950 ບາດ

ຂໍ້ສຳຄັນ:

ການຈ່າຍເງິນທັງໝົດຄວນຈ່າຍທີ່ເຄົາເຕີ້ກົງສຸນເທົ່ານັ້ນ (ສະກຸນເງິນ: THB) ສະຖານທູດບໍ່ຮັບການຈ່າຍເງິນ ດ້ວຍເຊັກ/ບັດເຄຣດິດ/ເດບິດ.
ຖ້າທ່ານຕ້ອງການໂອນເງິນຜ່ານທະນາຄານໃນກໍລະນີທີ່ບໍ່ສາມາດຈ່າຍເງິນຜ່ານເຄົາເຕີ້ໄດ້, ກະລຸນາຕິດຕໍ່ສະຖານທູດເພື່ອຂໍຄໍາແນະນໍາ. ອາດມີຄ່າທຳນຽມທະນາຄານ.
ກະລຸນາຮັບຊາບວ່າອີງຕາມລະບຽບການດ້ານການເງິນຂອງສີລັງກາ, ຄ່າທໍານຽມທີ່ຈ່າຍຈະບໍ່ສາມາດຂໍຄືນໄດ້.